ການອະນຸຍາດແອັບທາງເລືອກ ການແຈ້ງເຕືອນ: ເພື່ອສົ່ງການແຈ້ງເຕືອນກ່ຽວກັບການອອກເພງທີ່ຈະມາເຖິງ, ນັກສິລະປິນໃໝ່, ກິດຈະກຳຂອງໝູ່ເພື່ອນ, ແລະ ເຫດການອື່ນໆໃນ Apple Music. ລາຍຊື່ຜູ້ຕິດຕໍ່: ເພື່ອແນະນຳໝູ່ເພື່ອນທີ່ທ່ານອາດຈະຕ້ອງການຕິດຕໍ່ໃນ Apple Music. ກ້ອງຖ່າຍຮູບ: ຖ້າທ່ານຕ້ອງການສ້າງໂປຣໄຟລ໌ສ່ວນຕົວໃນ Apple Music ເພື່ອແບ່ງປັນ ແລະ ເຊື່ອມຕໍ່ກັບຄົນອື່ນ, ທ່ານສາມາດເລືອກທີ່ຈະຖ່າຍຮູບໂປຣໄຟລ໌. ທ່ານຍັງສາມາດເລືອກທີ່ຈະຖ່າຍຮູບເພື່ອເພີ່ມໃສ່ລາຍການເພງສ່ວນຕົວຂອງທ່ານໄດ້. ທ່ານສາມາດໃຊ້ Apple Music ໄດ້ເຖິງແມ່ນວ່າບໍ່ໄດ້ໃຫ້ການຍິນຍອມຕໍ່ການອະນຸຍາດແອັບທາງເລືອກໃດໆຂ້າງເທິງ. ເຖິງຢ່າງໃດກໍ່ຕາມ, ບາງລັກສະນະຂອງການບໍລິການອາດຈະບໍ່ມີໃຫ້ນຳໃຊ້.